ສຳ​ຜັດ​​ເຖິງຄວາມລຽບ​ງ່າຍ ແລະ ​ສະ​ດວກ​ສະ​ບາຍໃນ​ການ​ເປີດ​ບັນ​ຊີ​ເງິນ​ຝາກ​ປະ​ຈຳອອນ​ລາຍ (e-Fixed Deposit) ຂອງ​ພວກ​ເຮົາ ທີ່​ຊ່ວຍ​ໃຫ້​ທ່ານ​ເປີດ​ບັນ​ຊີ ແລະ ຈັດ​ການ​ທຸ​ລະ​ກຳ​ໄດ້ຢ່າງ​ງ່າຍ​ດາຍ​ຜ່ານ​ລະ​ບົບ​ທະ​ນາ​ຄານ​ອອນ​ລາຍ​ພ້ອມ​ຮັບ​ອັດ​ຕາ​ດອກ​ເບ້ຍ​ທີ່​ໜ້າ​ເພິ່ງພໍ​ໃຈ.

ນີ້​ແມ່ນ​ສິ່ງ​ທີ່ທ່ານ​ຈະ​ໄດ້​ຮັບ​ເມື່ອ​ເປີດ​ບັນ​ຊີ​ເງິນ​ຝາ​ກ​ປະ​ຈຳ​ອອນ​ລາຍ eFD:

  • ສຳ​ລັບລູກ​ຄ້າ​ບຸກ​ຄົນ​ທີ່​ມີ​ອາ​ຍຸ 18 ປີ​ຂຶ້ນ​ໄປແມ່ນສາ​ມາດເປີດ​ບັນ​ຊີີ​ເງິນ​ຝາກ​ປະ​ຈຳ​ອອນ​ລາຍ eFDໄດ້​ຢ່າງ​ງ່າຍ​ດາຍ​ພຽງ​ແຕ່​ທ່ານ​ມີ​ບັນ​ຊີ​ເງິນ​ຝາກ​ປະ​ຢັດ​, ບັນ​ຊີ​ກະ​ແສ​ລາຍ​ວັນ ຫຼື ບັນ​ຊີ ACE ​(​​ທີ່​ໄດ້ຜູກບັນ​ຊີ​ໄວ້​) ແລະ​ ໄດ້​ລົງ​ທະ​ບຽນ​​ນຳໃຊ້​ບໍ​ລິ​ການທ​ະ​ນາ​ຄານອອ​ນ​ລາຍ ຂອງ​ທະ​ນາ​ຄານ​​ພາບ​ລິກ ລາວ​ ຈຳ​ກັດ​.
  • ສະ​ດວກ​ສະ​ບາຍ - ທ່ານ​ສາ​ມາດ​ເປີດ​ບັນ​ຊີ​ເງິນ​ຝາກ​ປະ​ຈຳ​ອອນ​ລາຍ eFD ແລະ ເຮັ​ດ​ທຸ​ລະ​ກຳ​ອອນ​ລາຍ​ໄດ້​ທຸກວັນ​ທຸກ​ສະ​ຖານ​ທີ່​ຜ່ານ​ບໍ​ລິ​ການທະ​ນາ​ຄານ​ອອນ​ລາຍ ​ຂອງ​ທະ​ນາ​ຄານ​ພາບ​ລິກ​ ລາວ ຈຳ​ກັດ.
  • ການ​ຝາ​ກ​ເງິນ​ແມ່ນ​ດຳ​ເນີ​ນ​ການ​ແບບທັນ​ທີ (real-time) ​ໂດຍ​ຫັກ​ເງິນ​ຈາກ​ບັນ​ຊີ​ຂອງ​ທ່ານ​ທີ່​ຜູ​ກ​ໃສ່​ກັບ​ບໍ​ລິ​ການທະ​ນາ​ຄານອອ​ນ​ລາຍ.
  • ວົງ​ເງິນ​ຝາກ​ຂັ້​ນ​ຕ່ຳເລີ່ມ​ຕົ້ນ​ທີ່ 2,000,000 ກີບ / 500 ໂດ​ລາ / 20,000ບາດ.
  • ຕໍ່​ອາ​ຍຸເງິນ​ຝາກ​ອັດ​ຕະ​ໂນ​ມັດ​ເມື່ອ​ຄົບ​ກຳ​ນົດ​ເພື່ອ​ຄວາມ​ສະ​ດວກ​ຂອງ​ທ່ານ.
  • ຮ່ວມ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມເພາະຫຼຸດ​ຜ່ອນ​ການ​ໃຊ້​ເຈ້ຍ.
  • ສະ​ດວກ​ສະ​ບາຍ ​ບໍ່​ຫຍຸ້ງ​ຍາກຫຼາຍຂັ້ນ​ຕອນ.
  • ສາ​ມາດ​ເຮັດທຸ​ລະ​ກຳການ​ເປີດ​ບັນ​ຊີ​ເງິນ​ຝາກ​ປະ​ຈຳ​ອອນ​ລາຍ eFD ​ໄດ້​ທຸກ​ມື້ ຕັ້ງ​ແຕ່​ເວ​ລາ 6:00 ຕອນເຊົ້າ – 12:00 ​ກາງ​ຄືນ.

ບັນ​ຊີ​ເງິນ​ຝາກປະ​ຈຳ​ອອນ​ລາຍ eFD ຂອງທ່ານໄດ້ຮັບການປົກປ້ອງ ຈາກສຳນັກງານປົກປ້ອງເງິນຝາກ ຕາມລະບຽບການ.

ຮູ​ບ​ແບບ​ການ​ຈ່າຍດອກ​ເບ້ຍ

ດອ​ກ​ເບ້ຍ​ຈ​ະ​ຖືກ​​ລວມ​ເຂົ້າ​ກັບ​ເງິນ​ຕົ້ນ​ທຶນ ເມື່ອ​ເງິນ​ຝາກ​ຄົບ​ກຳ​ນົດ.

ຄຸນ​ສົມ​ບັດທີ່​ເໝາະ​ສົມ

ສຳ​ລັບ​ລູກ​ຄ້າ​ທີ່​ມີ​ບັນ​ຊີ​ເງິນ​ຝາກ​ປະ​ຢັດ, ບັນ​ຊີ​ກະ​ແສ​ລາຍ​ວັນ​ ຫຼື ບັນ​ຊີ ACE(ຜູກ​ບັນ​ຊີ) ແລະ ​ໄດ້​ລົງ​ທະ​ບຽນນຳ​ໃຊ້​ບໍ​ລິ​ການ Online Banking ຂອງ​ທະ​ນາ​ຄານ​​ພາບ​ລິກ ລາວ​ ຈຳ​ກັດ​.

      • ລູກ​ຄ້າ​ບຸກ​ຄົນ​ທີ່​ມີ​ອາ​ຍຸ 18 ປີ​ຂຶ້ນ​ໄປ.

ອັດ​ຕາດອ​ກ​ເບ້ຍ


ໄລ​ຍະ​ການ​ຝາກ

ອັດຕາດອກເບ້ຍຕໍ່ປີ
ກີບ

ໂດ​ລາ

ບາດ
1 ເດືອນ - 2.00% 1.50%
3 ເດືອນ 3.20% 2.75% 2.00%
6 ເດືອນ 4.00% 3.50% 3.00%
9 ເດືອນ 4.70% - -
12 ເດືອນ 5.80% 4.10% 4.00%
15 ເດືອນ - 4.50% 4.25%

 

ຂໍ້​ກຳ​ນົດ ແລະ ເງື່ອນ​ໄຂ​​ຄຸ້ມ​ຄອງ​ບັນ​ຊີ​ເງິນ​ຝາກ​ປະ​ຈຳ​ອອນ​ລາຍ eFixed Deposit 

ສະບັບພາສາອັງກິດ, ກະລຸນາກົດໃສ່ບ່ອນນີ້
ສະບັບພາສາລາວ, ກະລຸນາກົດໃສ່ບ່ອນນີ້